ນະຄອນຊຽງໄຮ້ ສປ ຈີນ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ ນະຄອນຫຼວງວຽງຈັນ​

    ໃນວັນທີ 21 ເມສາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດຕ້ານພະຍາດໂຄວິດ-19 ຈາກອໍານາການປົກຄອງນະຄອນຊຽງໄຮ້ ສປ ຈີນ ໃຫ້ແກ່ນະຄອນຫຼວງວຽງຈັນ ຕາງໜ້າກ່າວມອບໂດຍທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ…

ບ້ານຊ້າງຄູ້ ສືບຕໍ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງ 06/ນຍ ຢ່າງເຄັ່ງຄັດ

    ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພັກ-ລັດຖະບານ ໄດ້ເພີ່ມມາດຕະການຄວບຄຸມພະຍາດຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພຂອງປະຊາຊົນທັງຊາດໃຫ້ຫ່າງໄກຈາກພະຍາດຮ້າຍ ແລະ ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.     ທ່ານ ພຸດທະວົງ ເພັດລາດຊະວົງ ຮອງນາຍບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອສະກັດກັ້ນພະຍາດໂຄວິດ-19…

ບໍລິສັດ ສີສົມບັດ ມີນະໂຍບາຍຜ່ອນຜັນໃຫ້ກັບລູກຄ້າ ໃນໄລຍະການລະບາດພະຍາດໂຄວິດ-19​

    ທ່ານ ສີສົມບັດ ພິລາວົງ ປະທານບໍລິສັດ ສີສົມບັດເຊົ່າສິນເຊື່ອ ຈໍາກັດ ໃຫ້ສໍາພາດວັນທີ 20 ເມສາ 2020 ວ່າ: ນັບແຕ່ມີການແຜ່ລະບາດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ພວກເຮົາໄດ້ຈັດກອງປະຊຸມເພື່ອອະນຸມັດງົບປະມານຈໍານວນໜຶ່ງຂອງບໍລິສັດ ນໍາໄປປະກອບສ່ວນຊ່ວຍພັກ-ລັດຖະບານ ໃນນີ້ໄດ້ອະນຸມັດເບື້ອງຕົ້ນ…

ລັດຖະບານ ເລັ່ງແກ້ໄຂຜົນກະທົບຕໍ່ເສດຖະກິດ ຈາກການລະບາດຂອງໂຄວິດ-19

    ຄະນະກຳມະການສະເພາະກິດດ້ານເສດຖະກິດ ໄດ້ຈັດກອງປະຊຸມຫາລືແກ້ໄຂຜົນກະທົບຕໍ່ເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ-19 ຂຶ້ນ ໃນວັນທີ 20 ເມສາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ…

ນວ ໄດ້ຮັບເງິນຊ່ວຍເຫຼືອ 270 ລ້ານ ຕ້ານພະຍາດໂຄວິດ-19

    ວັນທີ 20 ເມສາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕາງໜ້າໃຫ້ອົງການປົກຄອງ ນວ ຮັບເງິນ 270 ລ້ານກີບຈາກສອງບໍລິສັດທີ່ປະກອບສ່ວນເຂົ້າໃນວຽກງານສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19)…

ຫົວໜ່ວຍທຸລະກິດ ປະກອບສ່ວນອຸປະກອນການແພດ ແລະ​ ເງິນໃຫ້ແກ່ລັດຖະບານຕ້ານ COVID-19

    ວັນທີ​ 20​ເມສາ​ 2020​ ທີ່ສໍານັກງານນາຍົກລັດຖະມົນຕີ​ທ່ານ​ ສົມດີ​ດວງດີ​ ຮອງນາຍົກລັດຖະມົນຕີ​ ລັດຖະມົນຕີກະຊວງການເງິນ​ ໄດ້ຕາງໜ້າລັດຖະບານ ຮັບເຄື່ອງຊ່ວຍເຫຼືອຈາກບັນດາຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດໃນ ສປປ​ ລາວ.​     ພາກສ່ວນທີ່ນຳເຄື່ອງມາມອບຄັ້ງນີ້ ມີກຸ່ມບໍລິສັດ ຮ່ວາງ ແອງ ຢາລາຍ…

8 ວັນຕິດ ເຊື້ອໂຄວິດບໍ່ຕິດເພີ່ມໃນລາວ ຕົວເລກຍັງຄືເກົ່າທີ່ 19 ກໍລະນີ ມີຕິດຕາມສຳຜັດໃກ້ຊິດພຽງ 17

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມຄະນະ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 20 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ວ່າ: ສະພາບການເຝົ້າລະວັງ…

COVID-19 ສົ່ງຜົນກະທົບໜັກຕໍ່ຂະແໜງການທ່ອງທ່ຽວລາວ

    ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ເຜີຍແຜ່ບົດລາຍງານຜົນການຄົ້ນຄວ້າຜົນກະທົບທ້າງດ້ານເສດຖະກິດທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ວັນທີ 19 ເມສາ ທີ່ຜ່ານມາ ໃນນັ້ນໄດ້ຊີ້ໃຫ້ເຫັນວ່າ ໃນໄລຍະສັ້ນ ທຸລະກິດທ່ອງທ່ຽວຂອງລາວໄດ້ຮັບຜົນກະທົບກ່ອນໝູ່ ແລະ ໜັກໜ່ວງກວ່າໝູ່ ຕົ້ນປີ 2020 ສູນເສຍລາຍຮັບໄປແລ້ວປະມານ 452.000 ໂດລາ…

ແຮງງານລາຍວັນທີ່ຂາດທີ່ເພິ່ງ ຢູ່ສວນເຈົ້າອະນຸວົງ ເມືອງຈັນທະບູລີ ໄດ້ຮັບໄປເບິ່ງແຍງຊົ່ວຄາວ​

    ທ່ານ  ບຸນໜາ ຜາທຸມມະວົງ  ເຈົ້າເມືອງຈັນທະບູລີ  ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ  20 ເມສາ 2020 ວ່າ: ຕໍ່ກັບການຫວ່າງງານຂອງແຮງງານລາຍວັນທີ່ເລ່ລ່ອນຢູ່ສວນສາທາລະນະເຈົ້າອະນຸວົງ ໃນໄລຍະດໍາເນີນການຕ້ານ ແລະ ສະກັດກັ້ນການລະບາດພະຍາດອັກເສບປອດຈາກເຊື້ອຈຸລະ ໂຣກສາຍພັນໃໝ່ (COVID-19)…

error: Content is protected !!